วันอาทิตย์ที่ 11 กันยายน พ.ศ. 2554

ຮີດທີ ໑ (ບຸນເຂົ້າກັມ)

ຮີດທີ ໑ ບຸນເຂົ້າກັມ:
- ບຸນເຂົ້າກັມ ເປັນປະເພນີທີ ໑ ປະຈຳເດືອນຈຽງ (ຫຼືເດືອນທີ ໑) ບາງທ້ອງຖິ່ນກໍວ່າເດືອນອ້າຍ ເຊິ່ງເປັນເດືອນທຳ ອິດຂອງປີ ທີ່ຊາວພຸດລາວຈະຕ້ອງໄດ້ປະກອບພິທີນີ້ ເພາະຊາວລາວຊສ່ວນຫຼາຍທັງໃນອະດີດໄດ້ເຮັດມາບໍ່ໄດ້ລົດລະ ບຸນເຂົ້າກັມເປັນບຸນທາງພຣະພຸດທະສາສນາໂດຍກົງ.
- ບຸນເຂົ້າກັມ ຫຼືຮຽກວ່າບຸນເຂົ້າປະຣິວາສະກັມ ບຸນເຂົ້າກັມມີວັດຖຸປະສົງ ໃຫ້ພຣະພິກຂຸສົງເຂົ້າຮ່ວມທຳສັງຄະກັມ ເພື່ອຊຳຮະອາບັດສັງຄາທິເສດ ແລະອາບັດເລັກໆນ້ອຍ.


ມູນເຫດ ແລະຄວາມເປັນມາ:
- ມີເລື່ອງເລົ່າວ່າ ຄັ້ງໜຶ່ງພຣະພິກຂຸສົງອົງໜຶ່ງລ່ອງເຮືອໄປຕາມແມ່ນຳ້ຄົງຄາ ໄດ້ເອົາມືໄປຈັບເອົາໄຄນໍ້າ ຄິດວ່າເປັນ ອາບັດພຽງເລັກໆນ້ອຍໆ ຈຶ່ງບໍ່ສະແດງອາບັດ ຕໍ່ມາແມ່ນພຣະພິກຂຸສົງອົງນັ້ນ ຈະປະຕິບັດທັມຢູ່ໃນປ່າເປັນເວລາ
ນານ ກໍຍັງນຶກສະເໝີວ່າຕ້ອງອາບັດແຕ່ບໍ່ມີໂອກາດໄດ້ສະແດງອາບັດ ຕໍ່ມາພຣະພິກຂຸອົງດັ່ງກ່າວໄດ້ມໍຣະນະກັມ ແລ້ວຈຶ່ງໄດ້ໄປເກີດເປັນນາກ ຊື່ວ່າ ເອຣະຖະປັຕ ດ້ວຍເກຫທີ່ຕ້ອງອາບັດເລັກນ້ອຍ ພຽງເປັນອາບັດເບົາ ຍັງມີກັມ ຕິດຕົວຂະໜາດນີ້ ດ້ວຍເຫດນັ້ນຈຶ່ງມີການຢູ່ປະຣິວາສະກັມ ເພື່ອພົ້ນອອກຈາກອາບັດສັງຄາທິເສດ ແລະອາບັດ ເລັກໆນ້ອຍໆ.
- ນັບແຕ່ນັ້ນມາ ພຣະພິກຂຸສົງ ຈຶ່ງປະຕິບັດສັງຄະກັມສືບທອດກັນມາຕະຫຼອດ, ເມື່ອພຣະພຸດທະສາສນາ ເຂົ້າ ມາສູ່ເມືອງລາວ ກໍໄດ້ປະຕິບັດເຊັ່ນນີ້ມາຕລອດ, ສະນັ້ນ ເມືອງທາງຣາຊະສຳນັກ ຍອມຮັບນັບຖືພຣະພຸດທະ ສາສນາເປັນສາສນາຂອງຊາດ ກໍໄດ້ບັນຍັດເອົາການເຂົ້າປະຣິວາສະກັມເປັນ ປະເພນີທີ ໑ ຂອງຊາດ, ດັ່ງປະພັນ ກອນໃນປະເພນີທີ ໑ ດັ່ງນີ້:


- ຮີດໜຶ່ງນັ້ນ ເມື່ອເຖິງເດືອນຈຽງເຂົ້າ ກາຍມາແຖມຖ່າຍ
ຝູງໝູ່ສັງຄະເຈົ້າ ກະກຽມເຂົ້າສູ່ກັມ ຫາກເປັນທັມນຽມນີ້ ຖືມາຕັ້ງແຕ່ກ່ອນ
ຢ່າໄດ້ລະຫ່າງເວັ້ນ ເວນຊິຂ້ອງແລ່ນນຳແທ້ແລ້ວ.


- ໃນປັດຈຸບັນ ການເຂົ້າປະຣິວາສະກັມ ຖືກປະຕິບັດສະເພາະສົງ ປະຊາຊົນຈຶ່ງບໍ່ຮູ້ຈັກກັນຢ່າງແຜ່ຫຼາຍ, ສ່ວນຢູ່ ຫຼວງພຣະບາງແມ່ນມີການເຮັດກັມຫຼາຍວັດລວມກັນ ຄົນຈຶ່ງຮູ້ຈັກກັນ ອີກອັນໜຶ່ງແມ່ນວ່າຈະເຮັດຢູ່ໃນເມືອງ ຄືປ່າຫຍ້າທຶບ, ສ່ວນຢູ່ເມືອງອື່ນໆໃນທົ່ວປະເທດລາວ ມັກຈະເຮັດຢູ່ວັດໃຜວັດລາວ.

วันเสาร์ที่ 10 กันยายน พ.ศ. 2554

ວ່າດ້ວຍເຣື່ອງຮີດ ໑໒

ຄຳວ່າ "ຮີດ" ເປັນພາສາລາວ ມາຈາກ "ຈາຣິຕະ" ເມື່ອເວົ້າທັບສັບໃນພາສາລາວວ່າ "ຈາຣີດ" ພື້ນຖານພາສາລາວ ມັກຈະເປັນຄຳດ່ຽວ ຈຶ່ງຜ້ຽນມາເປັນ "ຮີດ" ເຊິ່ງເປັນຄຳສົມບູນໃນຕົວມັນເອງ ຄົນລາວຈຶ່ງນິຍົມເວົ້າວ່າຮີດມາຕະ ຫຼອດ.


ຈາຮີດ ຫຼືຮີດ ແປວ່າ "ຂະໜົບທຳນຽມອັນດີງາມ" ຂະຫຍາຍຄວາມອອກໄປອີກວ່າ "ປະເພນີອັນດີງາມ" ຫຼື "ຂ້ໍປະຕິບັດທີ່ດີງາມຄວນແກ່ການປະຕິບັດ ແລະສືບທອດ" ຄວາມໝາຍ ຂອງທັງ ໓ ປະໂຫຍກນັ້ນ ກໍໝາຍເຖິງຂໍ້ປະຕິດບັດທີ່ຄວນແກ່ການປະຕິບັດ ແລະສອດທອດປະຕິບັດເນື່ອງຈົນກາຍເປັນປະເພນີຢູ່ໃນວິຖີຊີວິດ ຂອງສັງຄົມ.


ຮິດຂອງລາວມີຫຼາຍຮີດ ເຊັ່ນຮີດຜົວຄອງເມັຍ, ຮີດພໍ່ຄອງແມ່ນ, ຮີດເຈົ້າຂອງຂຸນ, ຮີດບ້ານຄອງເມືອງ, ຮີດພຣະຄອງສົງ, ຮີດໃພ້ຄອງເຂີຍ ແລະອື່ນໆ ຮີດເລົ່ານີ້ເປັນຮີດລວມຂອງຊາດກະມີ ຮີດປະຈຳທ້ອງຖິ່ນກະມີ ຮີດແຕ່ລະຮີດຮີດມີຂໍ້ກຳນົດໂດຍລະອຽດ ຕ່າງແຕ່ວ່າບາງທ້ອງຖິ່ນອາດຕັດອອກຫຼືເພີ່ມເຂົ້າ ສະນັ້ນຂໍ້ກຳນົດ ໃນຮີດຕ່າງໆອາດມີເນື້ອໃນຂໍ້ປີດຍ່ອຍຕ່າງກັນ.


ສຳລັບຮີດ ໑໒ ເປັນຮີດລວມຂອງຊາດ ຂໍ້ກຳນົດຕ່າງໆໃນສ່ວນບໍຣິບົດລວມ ລ້ວນແຕ່ມີຄວາມເໝືອນກັນ, ຄວາມເປັນມາຂອງຮີດ ໑໒ ແມ່ນເລີ່ມຕົ້ນຈາກພຣະຣາຊະໂອງການຄັ້ງແຮກຂອງພຣະເຈົ້າຟ້າງຸ່ມມະຫາຣາດ ທີ່ປະກາດໃນການສະຫຼອງໄຊຊະນະທີ່ນະຄອນຫຼວງຊຽງທອງ ແລະປະກາດຄັ້ງທີສອງທີ່ນະຄອນຈັນທະບູຣີ(ວຽງຈັນ) ດ້ວຍພຣະຣາຊະໂອງການນັ້ນໄດ້ຖືກພັດທະນາກາຍເປັນຣຽບປະຕິບັດສູງສຸດຂອງອານາຈັກລ້ານ ຊ້າງທົ່ວຫົວເມືອງລ້ານຊ້າງຕ້ອງໄດ້ປະຕິບັດຈັນການມາເປັນປະເພນີ ແລະໄດ້ຖືກນຳໃຊ້ໃນລະບົບການປົກຄອງ ຂແງອານາຈັກລ້ານຊ້າງເລື່ອຍໆມາ ຈົນມາເຖິງລ້ານຊ້າງລົ້ມສະຫຼາຍແລ້ວ ການປົກຄອງຂອງແຕ່ລະຫົວເມືອງ ຍັງຕ້ອງປະຕິບັດສືບມາເລື້ອຍໆ ເຖິງລາວເຮົາຟື້ນຕົວກັບມາປັກຄອງແບບສາກົນ ຮີດສິບສອງຈຶ່ງໄດ້ກາຍມາເປັນ ປະເພນີລາວທົ່ວປະເທດ ຖືເປັນພື້ນຖານພັດທະນາທາງວັດທະນະທັມລາວ.


ໃນຮີດ ໑໒ ສອງເປັນຮີດສຳລັບປະຊາຊົນພົນລະເມືອງລາວທົ່ວໄປ, ເພື່ອໃຫ້ຮີດ ໑໒ ໄດ້ພັດທະນາ ແລະຖືກປະຕິບັດຢ່າງສະໝຳ່ສະເໝີນັ້ນ ຍັງມີຄອງ ໑໔ ອີກ ອັນເປັນບົດບັນຍັດໃຫ້ແກ່ເຈົ້ານາຍໄດ້ປະຕິບັດ ເພື່ອບັງຄັບໃຫ້ຮີດ ໑໒ ຖືກປະຕິບັດໄປຢ່າງຖືກຕ້ອງ ແລະເປັນເອກະສັນສະນັ້ນ ເຮົາຈຶ່ງພົບຄຳວ່າ "ຮີດ ໑໒ ຄອງ ໑໔" ສຳລັບຮີດ ໑໒ ນັ້ນ, ຄົນລາວທົ່ວໄປໃນປັດຈຸບັນນີ້ ໃຜໆກໍຮູ້ທັງທີ່ຮູ້ແຈ້ງໃນສ່ວນທີ່ເປັນເນື້ອໃນ ແລະບໍຣິບົດ ແລະທັງທີ່ຮູ້ແບບຜິດເຜີນ ແຕ່ຢ່າງໃດຜູ້ຮູ້ທັງສອງປະເພດນີ້ ໃນຊີວິດໜຶ່ງຂອງເຂົາລ້ວນແຕ່ໄດ້ປະຕິບັດຮີດ ໑໒ ທຸກໆຄົນ ເພາະເປັນຮີດທີ່ປະຕິບັດກັນທຸກໆປີ, ສ່ວນຄອງ ໑໔ ນັ້ນ ເນື້ອໃນໂດຍລະອຽດອາດມີສ່ວນນ້ອຍຮູ້ ເພາະເປັນຄອງຂອງຂ້າຣາຊະການ ແລະເຈົ້ານາຍ.


ປະເທດລາວ ເປັນປະເທດທີ່ມີຄວາມເຊື່ອຂອງຊາດຕົນເອງມາກ່ອນ ແລະມີສາສະໜາເປັນຂອງຕົນເອງມາກ່ອນ ຄື ສາສະໜາແຖນ ທີ່ກຳເນີດເກີດຂຶ້ນມາຕັ້ງແຕ່ຂຸນບູຣົມຣາຊາທີ່ຣາດພຸ້ນ ແລະຕໍ່ມາກໍມີສາສະໜາພຣາມຮີນດູ ໄດ້ຂະຫຍາຕົວຢູ່ດິນແດນຕອນນີ້ມາກ່ອນ ພຸດທະສາສະໜາຈະເລີ່ມເຂົ້າມາພາຍຫຼັງ ສະນັ້ນໃນຮີດສິບສອງນັ້ນ ຈຶ່ງປະກົດມີທັງທີ່ສ່ວນທີ່ເປັນເນື້ອໃນແບບແຖນ, ແບບພຣາມ ແລະແບບພຸດປົນກັນ ບາງຄັ້ງເປັນພິທີພຣາມ ແຕ່ເຮັດແບບພຸດ ອັນນີ້ຄືເງື່ອນໄຂການພັດທະນາທາງວັດທະນະທັມລາວທີ່ມີຄວາມຫຼາກຫຼາຍນັ້ນ.


ຮີດ ໑໒ ເປັນຮີດປະຈຳ ໑໒ ເດືອນ ສະນັ້ນ ຈຶ່ງມີ ໑໒ ຂໍ້ໃຫຍ່ ແລະມີຂໍ້ຍ່ອຍໃນແຕ່ລະເດືອນອີກຕ່າງຫາກ ດັ່ງລາຍລະອຽດຕໍ່ໄປນີ້: